Explore the list of advertisements detected by Artificial Intelligence (and supervised by our experts) regarding digital marketing of products covered by the International Code of Marketing of Breastmilk Substitutes and local country regulations.
“ລູກຍັງນ້ອຍຫຼາຍຢູ່ ເຮົາຕ້ອງໃສ່ໃຈລະບົບພາຍໃນປານນັ້ນເລີຍຕິ ທ່ານໝໍ?”
…ນີ້ແມ່ນຄຳຖາມທີ່ທ່ານໝໍມັກໄດ້ຍິນເລື້ອຍໆ.
ແຕ່ແທ້ແລ້ວ ຊ່ວງໄວເຕາະແຕະ 1-3 ປີ ເປັນຊ່ວງທີ ""ຮ່າງນ້ອຍໆ"" ນີ້ ເຮັດວຽກໜັກທີ່ສຸດໃນຊີວິດຂອງມະນຸດ, ບໍ່ວ່າຈະເປັນ:
ການສ້າງ “ສະໝອງນັບລ້ານເສັ້ນໃຍ” ເພື່ອເຊື່ອມໂຍງພາສາ, ຄວາມຄິດ, ແລະ ອາລົມ.
ການສ້າງ “ພູມຄຸ້ມກັນ” ທີ່ຈະນຳໃຊ້ໄປຕະຫຼອດຊີວິດ.
ການພັດທະນາລະບົບ “ລຳໄສ້ ແລະ ຂັບຖ່າຍ” ທີ່ມີຜົນຕໍ່ ທັງການດູດຊຶມສານອາຫານ ແລະ ອາລົມ.
🧠 ສະໝອງ: ຊ່ວງເວລາທອງຂອງສາຍໃຍປະສາດ
ຊ່ວງອາຍຸ 1–3 ປີ ເປັນຊ່ວງທີ່ສະໝອງສ້າງ synapse (ຈຸດເຊື່ອມຂອງຈຸລັງປະສາດ) ຫຼາຍທີ່ສຸດ — ຫຼາຍເຖິງ 1 ລ້ານຈຸດເຊື່ອມຕໍ່ໃໝ່ ຕໍ່ວິນາທີ¹
ຖ້າຮ່າງກາຍຂາດສານອາຫານທີ່ຈຳເປັນ, ເຊັ່ນ: DHA, Sphingomyelin, Vitamin B12 — ເດັກອາດພາດໂອກາດພັດທະນາສະໝອງໃນຈັງຫວະສຳຄັນນີ້.
🛡️ ພູມຄຸ້ມກັນ: ລະບົບທີ່ຍັງສ້າງບໍ່ສຳເລັດ
ເດັກໄວນີ້ມີພູມຄຸ້ມກັນທີ່ຢັງບໍ່ສົມບູນ ເຮັດໃຫ້ເຈັບປ່ວຍງ່າຍ, ແລະ ຮູ້ບໍວ່າ ຈຸລັງພູມຄຸ້ມກັນໃນຮ່າງກາຍ ຫຼາຍເຖິງ 70-80% ອາໄສຢູ່ໃນລຳໄສ້²
ນັ່ນໝາຍຄວາມວ່າ… ການດູແລ “ລຳໄສ້” = ດູແລ “ພູມຄຸ້ມກັນ”
🚽 ລະບົບຂັບຖ່າຍ: ຫຼາຍກວ່າແຄ່ການບໍ່ທ້ອງຜູກ
ພໍ່ແມ່ມັກຄິດວ່າການຂັບຖ່າຍ ຄືພຽງແຕ່ “ຖ່າຍທຸກມື້”, ແຕ່ແທ້ແລ້ວ ລຳໄສ້ເດັກນ້ອຍຄື ດ່ານດູດຊຶມສານອາຫານ. ສຳໄສ້ທີ່ດີ = ດູດຊຶມ DHA, ວິຕາມິນ, ແຮ່ທາດ ໄດ້ດີ.
ລຳໄສ້ທີ່ອັກເສບ/ມີບັນຫາ = ການດູດຊຶມເພພັງ + ສົ່ງຜົນຕໍ່ສະໝອງ (ຜ່ານ gut-brain axis)³
💡 ທ່ານໝໍຂໍສະຫຼຸບ:
""ເດັກນ້ອຍໄວເຕາະແຕະ ຕົວນ້ອຍ...ແຕ່ຮ່າງກາຍກຳລັງສ້າງບັນດາລະບົບຫຼັກທຸກຢ່າງ ທີ່ຈະຕິດຕົວໄປຕະຫຼອດຊີວິດ."" ພວກເຮົາອາດເຫັນພຽງແຕ່ລູກຍ່າງຫຼິ້ນເຕາະແຕະ, ແຕ່ແທ້ແລ້ວ ພາຍໃນຂອງເຂົາເຈົ້າກຳລັງ ""ແລ່ນມາຣາທອນຂອງຊີວິດ""
✅ Life Hack ຈາກທ່ານໝໍ:
ສະໝອງ: ເນັ້ນໃສ່ນົມ ຫຼື ອາຫານທີ່ມີ DHA + Sphingomyelin ສູງ ໃນຊ່ວງ 1,000 ມື້ທຳອິດ.
ພູມຄຸ້ມກັນ: ເສີມດ້ວຍໃຍອາຫານ, ພຣີໄບໂອຕິກ, ເຊັ່ນ: GOS BIO-ACTIVE, ເພື່ອບຳລຸງລຳໄສ້ ແລະ ເສີມສ້າງພູມຄຸ້ມກັນ.
ການຂັບຖ່າຍ: ຝຶກໃຫ້ກິນຜັກ ແລະ ໝາກໄມ້, ແລະ ດື່ມນົມສູດສະເພາະສຳລັບເດັກນ້ອຍ ທີ່ມີເສັ້ນໃຍ, ເຊັ່ນ: GOS BIO-ACTIVE ຫຼື PDX.
✨ນົມ UHT ທຸກກ່ອງ ທີ່ອອກແບບມາສຳລັບເດັກນ້ອຍໄວເຕາະແຕະ ຄວນມີ “ສານອາຫານທີ່ສື່ສານກັບລະບົບພາຍໃນຮ່າງກາຍຂອງລູກ” ຢ່າງຖືກຈັງຫວະ, ເພາະວ່າການເສີມນີ້…ແມ່ນການວາງຮາກຖານໃຫ້ພວກເຂົາມີ “ສະໝອງໄວ, ພູມຄຸ້ມກັນແຂງແຮງ, ຂັບຖ່າຍດີ” ໄປຕະຫຼອດຊີວິດ.
📚 Citation:
Center on the Developing Child, Harvard University. Brain Architecture.
Vighi, G., et al. Allergy and the gastrointestinal system. Clinical & Experimental Immunology (2008); Wiertsema, S.P., et al. The Interplay between the Gut Microbiome and the Immune System in the Context of Infectious Diseases throughout Life and the Role of Nutrition in Optimizing Treatment Strategies. Nutrients (2021). 3. Cryan, J.F., Dinan, T.G. Mind-altering microorganisms: the impact of the gut microbiota on brain and behaviour. Nature Reviews Neuroscience (2012)
2026-03-11
2026-07-03
Violation
Promotion to the publicGift/voucher/sampleEducation informationContact to mothers
Violation
Promotion to the publicGift/voucher/sampleEducation informationContact to mothers
Published
1894
FrieslandCampina
Foremost
“ລູກຈະສະຫຼາດບໍ?”
“ຈະຮຽນຮູ້ໄດ້ໄວ, ເວົ້າເກັ່ງ, ຫຼື ມີສະມາທິໄດ້ ຫຼືບໍ?”
ຄຳຕອບຂອງທຸກຄຳຖາມເຫຼົ່ານີ້…ເລີ່ມຕົ້ນຕັ້ງແຕ່ກ່ອນທີ່ລູກຈະເວົ້າຄຳທຳອິດ ເພາະວ່າໄລຍະເວລາ 1,000 ມື້ທຳອິດຂອງຊີວິດ
ແມ່ນ ""ປ່ອງຢ້ຽມແຫ່ງໂອກາດ"" ບ່ອນທີ່ສະໝອງຂອງລູກ ເຕີບໃຫຍ່ໄວທີ່ສຸດ¹ — ແລະ ອາດຈະຫຼາຍທີ່ສຸດໃນຊີວິດຂອງເຂົາເຈົ້າ.
⏳ 1,000 ມື້ທຳອິດ ແມ່ນຫຍັງ?
ຊ່ວງເວລານີ້ນັບຕັ້ງແຕ່:
ຖືພາ: 270 ມື້
ໄວທາຮົກ-ເດັກນ້ອຍ: 730 ມື້ (0–2 ປີ)
ໃນຊ່ວງເວລານີ້:
ສະໝອງຂອງລູກຈະໃຫຍ່ຂຶ້ນເຖິງ 80% ຂອງຂະໜາດສະໝອງຜູ້ໃຫຍ່²
ມີການເຊື່ອມໂຍງຈຸລັງປະສາດນັບລ້ານລ້ານຈຸດ³
ແລະ “ສານອາຫານສຳຄັນ” ແມ່ນເຊື້ອເພີງຫຼັກໃນການກໍ່ສ້າງສະໝອງ.
🧠 ແລ້ວແມ່ນຫຍັງຄືກະແຈລັບ?
ຄຳຕອບຄື: DHA + Sphingomyelin = ສານອາຫານຄູ່ຂວັນແຫ່ງການພັດທະນາສະໝອງ
🔹 DHA (ໄຂມັນດີຂອງສະໝອງ):
ເປັນກົດໄຂມັນໂອເມກ້າ 3 ທີ່ສຳຄັນທີ່ສຸດໃນສະໝອງ⁴
ຊ່ວຍສ້າງເຍື່ອຫຸ້ມຈຸລັງສະໝອງ
ເດັກທີ່ໄດ້ຮັບ DHA ພຽງພໍແລ້ວ ມີແນວໂນ້ມທີ່ຈະມີພັດທະນາການດ້ານຄວາມຈຳ ແລະ ພາສາດີຂຶ້ນ ຫຼາຍກວ່າກຸ່ມທີ່ຂາດ⁵
🔹 Sphingomyelin (ສະນວນຈຸລັງປະສາດ):
ເປັນໄຂມັນຊະນິດພິເສດທີ່ນຳໃຊ້ສ້າງ ເຍື່ອໄມອີລິນ (Myelin)
ຊ່ວຍໃຫ້ຈຸລັງປະສາດ ສົ່ງສັນຍານໄດ້ໄວ ແລະ ແມ່ນຢຳ
ປຽບໄດ້ກັບ “ສະນວນສາຍໄຟ” → ຖ້າຫຸ້ມດີ ສັນຍານບໍ່ຮົ່ວ ບໍ່ຊ້າ
ງານວິໄຈພົບວ່າ ລະດັບ Sphingomyelin ທີ່ດີ ໃນວັຍເດັກນ້ອຍມີຄວາມສຳພັນກັບ ພັດທະນາການດ້ານການເຄື່ອນໄຫວທີ່ດີຂຶ້ນ⁶
🚨 ຖ້າພາດຊ່ວງນີ້...ອາດນຳໄດ້ຍາກແຮງ.
ໂຄງສ້າງສະໝອງທີ່ສ້າງຂຶ້ນໃນຊ່ວງ1,000 ມື້ທຳອິດ ປຽບຄືກັບ ""ຮາກຖານ"" ຂອງຕຶກທັງຊີວິດ. ຖ້າຖານແໜ້ນ ແຂງແຮງ → ສະໝອງກໍພ້ອມທີ່ຈະຮຽນຮູ້ທຸກຢ່າງ. ຖ້າຖານບໍ່ເຕັມ → ອາດເຮັດໃຫ້ສັກກະຍະພາບຂອງລູກ ຖືກຈຳກັດຕັ້ງແຕ່ຍັງນ້ອຍ.
💡 ທ່ານໝໍຂໍສະຫຼຸບ:
""ສະໝອງຂອງລູກເຕີບໃຫຍ່ໄວທີ່ສຸດໃນຊ່ວງ 1,000 ມື້ທຳອິດ ແລະ ໂອກາດໃນການເຕີມເຕັມສັກກະຍະພາບນີ້..ບໍ່ມີທາງຍ້ອນກັບໄດ້""
ພໍ່ແມ່ບໍ່ຕ້ອງລໍຖ້າຈົນລູກເວົ້າໄດ້ຄ່ອງແຄ້ວ ຈັ່ງຄ່ອຍເລີ່ມມາດູແລສະໝອງຂອງລູກ ເພາະວ່າການສ້າງສະໝອງຂອງລູກ...ເລີ່ມຕົ້ນໄດ້ເລີຍຕັ້ງແຕ່ມື້ນີ້.
✅ Life Hack ຈາກທ່ານໝໍ:
ຊ່ວງອາຍຸ 1 ປີຂຶ້ນໄປ: ເພີ່ມ DHA ແລະ Sphingomyelin ຜ່ານທາງອາຫານ ແລະ ນົມ.
ຫຼິ້ນ, ເວົ້າ, ອ່ານນິທານທຸກມື້ → ໃຊ້ປະໂຫຍດຈາກ “ສາຍໄຟສະໝອງ” ທີ່ກຳລັງເຊື່ອມກັນຢູ່.
ເລືອກໂພຊະນາການທີ່ເນັ້ນໃສ່ “ການສ້າງຮາກຖານໄລຍະຍາວ” ຫຼາຍກວ່າພຽງແຕ່ອິ່ມທ້ອງໃນມື້ນີ້.
✨ນົມ UHT ສຳລັບເດັກນ້ອຍ ທີ່ມີ DHA + Sphingomyelin = ເສີມສ້າງຮາກຖານຂອງສະໝອງໃຫ້ລູກ ໃນຊ່ວງເວລາທອງ = ພັດທະນາໄດ້ ທັງ “ໂຄງສ້າງ” ແລະ “ການສົ່ງສັນຍານ” ຈາກພາຍໃນ. “ໂອກາດດຽວໃນຊີວິດຂອງລູກ ທີ່ຈະວາງຮາກຖານຂອງສະໝອງໄດ້ຢ່າງແໜ້ນໜາທີ່ສຸດ… ນັ່ນຄືດຽວນີ້”
📚 Citations:
UNICEF. (n.d.). The first 1,000 days of life: The brain’s window of opportunity. Retrieved August 26, 2025, from https://www.unicef.org/early-childhood-development/1000-days-life
Knickmeyer, R. C., Gouttard, S., Kang, C., Evans, D., Wilber, K., Smith, J. K., Hpon, C., Hamer, R. M., Lin, W., Gerig, G., & Gilmore, J. H. (2008). A structural MRI study of human brain development from birth to 2 years. The Journal of Neuroscience, 28(47), 12176– 12182.
Center on the Developing Child, Harvard University. Brain Architecture.
Guesnet, P., & Alessandri, J. M. (2011). Docosahexaenoic acid (DHA) and the developing central nervous system (CNS) - Implications for dietary recommendations. *Biochimie*, *93*(1), 7–12. https://doi.org/10.1016/j.biochi.2010.05.005
Ryan, A.S., et al. The role of docosahexaenoic acid in neuronal function. The American Journal of Clinical Nutrition (2013)
Schneider N, et al. Sphingomyelin and neurodevelopmental outcomes in early life. Advances in Nutrition (2021)
2026-03-11
2026-07-03
Violation
Promotion to the publicGift/voucher/sampleEducation informationContact to mothers
Violation
Promotion to the publicGift/voucher/sampleEducation informationContact to mothers
Legacy data is stored in a separate database/collection and is read-only here. Import it into the staging collection first, then promote to production.